top of page
ກ່ຽວກັບບໍລິສັດ
ບໍລິສັດ ລາວປະເມີນຊັບສິນ ຈຳກັດ ຈົດທະບຽນເປັນບໍລິສັດຈຳກັດ ໃນວັນທີ 10 ພຶດສະພາ 2017 ໄດ້ກໍ່ຕັ້ງຂື້ນຈາກການລວມຕົວຜູ້ທີ່ມີປະສົບການທາງດ້ານປະເມີນຊັບສິນ ຊຶ່ງເປັນ ບໍລິສັດ ປະເມີນ ມູນຄ່າຊັບສິນ ທຳອິດໃນ ສປປລາວ ແລະ ໄດ້ຮັບການຮັບຮອງຈາກ ສຳນັກງານ ຄະນະກຳມະການ ຕະຫຼາດຫຼັກຊັບ ຢ່າງເປັນທາງການ ໂດຍມີຈຸດປະສົງ ນອກຈາກ ໃຫ້ທຸລະກິດຈະເລີນກ້າວໜ້າ ແລ້ວ ຍັງຕ້ອງການໃຫ້ ຄວາມຮູ້ ຄວາມສາມາດ  ແລະ ປະສົບການ ໃຫ້ແກ່ ຜູ້ປະເມີນທຸກໆທ່ານ ເພື່ອ ພັດທະນາ ວິຊາຊີບ ປະເມີນຊັບສິນ ໃຫ້ມີຄວາມກ້າວໜ້າທັນສະໄໝ ເປັນທີ່ຍອມຮັບ ຕາມມາດຕະຖານ ສາກົນ ແລະ ເນັ້ນການປະກອບວິຊາຊີບດ້ວຍຄວາມ  ເປັນທຳ  ຊັດເຈນ  ແລະ ມີຫຼັກເກນ   ຕາມມາດຕະຖານ  ຈັນຍາບັນ ວິຊາຊີບ ການປະເມີນມູນຄ່າຊັບສິນ.
> ທຶນຈົດທະບຽນ 500.000.000 ກີບ (ຫ້າຮ້ອຍລ້ານກີບຖ້ວນ)
> ໃບຮັບຮອງບໍລິສັດປະເມີນມູນຄ່າຊັບສິນ ໃນວຽກງານຫຼັກຊັບ ເລກທີ 009/ສຄຄຊ
ພາລະກິດ 
   ລິເລີ້ມ ແລະ ສ້າງວຽກງານການປະເມີນລາຄາຊັບສິນໃນສປປລາວ ໃຫ້ເປັນມາດຕະຖານ ແລະ ເປັນທີ່ຍອມຮັບໃນຕະຫຼາດການເງິນ;
   ປະຕິບັດໜ້າທີ່ຜູ້ປະເມີນລາຄາຊັບສິນຕາມມາດຕະຖານຈັນຍາບັນວິຊາຊີບການປະເມີນລາຄາ ດ້ວຍຄວາມ ເປັນທຳ ຊັດເຈນ ແລະ ມີຫຼັກເກນ.

ວິໃສທັດ 
ເປັນຜູ້ນຳທາງດ້ານການປະເມີນລາຄາຊັບສິນ ໃນ ສປປລາວ ແລະເປັນທີ່ຍອມຮັບໃນພາກພື້ນ.
Service
ການບໍລິການ
ບໍລິສັດໃຫ້ບໍລິການປະເມີນມູນຄ່າຊັບສິນ ເຊັ່ນ:
•    ປະເມີນມູນຄ່າທີ່ດິນ
•    ປະເມີນມູນຄ່າສິ່ງກໍ່ສ້າງ
•    ປະເມີນມູນຄ່າເຄື່ອງຈັກ
•    ປະເມີນມູນຄ່າອຸປະກອນ
•    ປະເມີນມູນຄ່າສັນຍາການເຊົ່າ
•    ປະເມີນມູນຄ່າສັນຍາສຳປະທານ
•    ປະເມີນມູນຄ່າສິດທິບັດຫຼືຊັບສິນທາງປັນຍາ
ຂອບເຂດການໃຫ້ບໍລິການດ້ານການປະເມີນມູນຄ່າຊັບສິນ:
•    ປະເມີນມູນຄ່າຊັບສິນເພື່ອເປັນຫຼັກປະກັນຂໍສິນເຊື່ອກັບທະນາຄານແລະສະຖາບັນການເງິນ
•    ປະເມີນມູນຄ່າຊັບສິນເພື່ອການຊື້-ຂາຍ
•    ປະເມີນມູນຄ່າຊັບສິນເພື່ອຫຼັກປະກັນໄພ
•    ປະເມີນມູນຄ່າຊັບສິນເພື່ອການເວນຄືນຂອງລັດ
•    ປະເມີນມູນຄ່າຊັບສິນເພື່ອການບັນທຶກຕາມມາດຕະຖານບັນຊີ
•    ປະເມີນມູນຄ່າຊັບສິນຕາມຈຸດປະສົງສະເພາະ
•    ປະເມີນມູນຄ່າຊັບສິນຕາມຈຸດປະສົງສາທາລະນະ
•    ບໍລິການແລກປ່ຽນຂໍ້ມູນຂ່າວສານທາງດ້ານປະເມີນມູນຄ່າຊັບສິນ
Team
ທີມງານ





ຜູ້ປະເມີນຫຼັກ
ທ. ອະສຶໂອະ ກິກຸຈິ
ເລກທະບຽນນັກປະເມີນ: LA 003





ຜູ້ປະເມີນຫຼັກ
ທ. ຊູກຽດ ພະຍັບວິພາວົງ
ເລກທະບຽນນັກປະເມີນ: LA 001



 
bottom of page